lo_2sa_text_ulb_l3/24/15.txt

1 line
1.6 KiB
Plaintext

\v 15 ດັ່ງ​ນັ້ນ​ພ​ຣະ​ຢາ​ເວ​ຈຶ່ງ​ໄດ້​ຊົງ​ໃຫ້​ໂຣກ​ລະ​ບາດ​ເກີດ​ຂຶ້ນ​ໃນ​ອິດ​ສະ​ຣາ​ເອນ​ຕັ້ງ​ແຕ່​ເວ​ລາ​ເຊົ້າ​ຈົນ​ຫມົດ​ເວ​ລາ​ກຳ​ຫນົດ ແລະ​ປະ​ຊາ​ຊົນ​ທີ່​ໄດ້​ຕາຍ​ຈຳ​ນວນ​ເຈັດ​ຫມື່ນ​ຄົນ​ນັບ​ຕັ້ງ​ແຕ່​ເມືອງ​ດານ​ເຖິງ​ເບ​ເອນ​ເຊ​ບາ \v 16 ເມື່ອ​ທູນ​ເທວະ​ດາ​ເດ່​ມື​ອອກ​ເຫນືອ​ກຸງ​ເຢ​ຣູ​ຊາ​ເລັມ​ເພື່ອ​ທຳ​ລາຍ​ເມືອງ​ນັ້ນ ພ​ຣະ​ຢາ​ເວ​ໄດ້​ຊົງ​ປ່ຽນ​ໃຈ​ເພາະ​ເລື່ອງ​ເຫດ​ຮ້າຍ​ທີ່​ຈະ​ເກີດ​ຂຶ້ນ​ນັ້ນ​ແລະ​ພ​ຣະ​ອົງ​ໄດ້​ຊົງ​ບັນ​ຊາ​ທູນ​ເທວະ​ດາ​ຜູ້​ກຳ​ລັງ​ທຳ​ລາຍ​ປະ​ຊາ​ຊົນ​ວ່າ “ພໍ​ແລ້ວ ບັດ​ນີ້​ຈົ່ງ​ຢຸດ​ມື​ຂອງ​ເຈົ້າ” ໃນ​ເວ​ລາ​ນັ້ນ​ທູນ​ຂອງ​ພ​ຣະ​ຢາ​ເວ​ກໍ​ຢູ່​ທີ່​ລານ​ຟາດ​ເຂົ້າ​ຂອງ​ອາ​ໂຣ​ນາ​ຄົນ​ເຢ​ບຸດ.