lo_2sa_text_ulb_l3/18/09.txt

1 line
1.9 KiB
Plaintext

\v 9 ​ອັບ​ຊາ​ໂລມ​ໄດ້​ໄປ​ພົບ​ພວກ​ທະ​ຫານ​ຂອງ​ດາ​ວິດ​ເຂົ້າ. ອັບ​ຊາ​ໂລມ​ໄດ້​ກຳ​ລັງ​ຊົງ​ຂີ່​ລໍ​້​ຢູ່, ແລະລໍ້​ນັ້ນ​ໄດ້​ແລ່ນ​ເຂົ້າ​ໄປ​ໃຕ້​ຕົ້ນ​ໄມ້​ໃຫ​ຍ່​ຂອງ​ຕົ້ນ​ໂອກ ຫົວ​ຂອງ​ເພິ່ນກໍ​ຊັງ​ຕິດ​ກິ່ງ​ຕົ້ນ​ໂອກ​ແຫນ້ນ. ທ່ານກໍ​ໄດ້​ຖືກ​ແຂວນ​ຢູ່​ລະ​ວ່າງ​ຟ້າ​,ແລະ​ດິນ ຂະ​ນະ​ທີ່​ລໍ້​ທີ່​ທ່ານໄດ້​ຊົງ​ມາ​ນັ້ນ​ໄດ້​ແລ່ນ​ກາຍ​ໄປ. \v 10 ມີ​ບາງ​ຄົນ​ໄດ້​ມາ​ເຫັນ​ສິ່ງ​ນີ້ ​ແລະ​ໄດ້​ໄປ​ແຈ້ງ​ໃຫ້​ໂຢ​ອາບ​ຮູ້​ວ່າ, "ແນະ​ນຳ, ຂ້າ​ນ້ອຍ​ໄດ້​ເຫັນ​ອັບ​ຊາ​ໂລມ​ແຂວນ​ຢູ່​ທີ່​ຕົ້ນ​ໂອກ!" \v 11 ໂຢ​ອາບ​ກໍ​ໄດ້​ເວົ້າ​ກັບ​ຜູ້​ຊາຍ​ທີ່​ແຈ້ງ​ໃຫ້​ເຂົາ​ກ່ຽວ​ກັບ​ອັບ​ຊາ​ໂລມ,"ເບິ່ງ​ເຖີດ! ເຈົ​້າ​ເຫັນ​ພ​ຣະ​ອົງ​ແລ້ວ! ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ໄດ້​ຟັງເພິ່ນໃຫ້​ຕົກ​ພື້ນ​ດິນ? ເຮົາ​ກໍ​ຈະ​ໄດ້​ໃຫ້​ເງິນ​ສິບ​ຫລຽນ​ກັບ​ສາຍ​ແອວ​ແກ່​ເຈົ້າ."