1 line
2.2 KiB
Plaintext
1 line
2.2 KiB
Plaintext
\v 18 ແລ້ວກະສັດໄດ້ຊົງກ່າວກັບຍິງນັ້ນວ່າ, "ຈົ່ງຢ່າປິດບັງສິ່ງໃດຈາກເຮົາທີ່ເຮົາເອງຈະຖາມເຈົ້າ." ຜູ້ຍິງນັ້ນໄດ້ທູນວ່າ, "ຂໍກະສັດເຈົ້ານາຍຂອງຂ້ານ້ອຍກ່າວເຖີດ." \v 19 ກະສັດຈຶ່ງໄດ້ກ່າວວ່າ, "ມືຂອງໂຢອາບກ່ຽວຂ້ອງກັບເຈົ້າດ້ວຍໃນເລື່ອງທັງຫມົດນີ້ແມ່ນບໍ່?" ຜູ້ຍິງນັ້ນໄດ້ທູນຕອບ ແລະໄດ້ກ່າວວ່າ, "ຂ້າແຕກະສັດ, ເຈົ້ານາຍຂອງຂ້ານ້ອຍທ່ານຊົງມີຊີວິດຢູ່ ບໍ່ມີໃຜຫນີໄປທາງຂວາມືຫລືທາງຊາຍມືໄດ້ຈາກທຸກສິ່ງທີ່ກະສັດເຈົ້ານາຍຂອງຂ້ານ້ອຍໄດ້ກ່າວໄວ້ນັ້ນແລ້ວ. \v 20 ເຂົານັ້ນແຫລະໂຢອາບຜູ້ຮັບໃຊ້ທ່ານທີ່ໄດ້ເຮັດສິ່ງນີ້ກໍເພື່ອຈະແກ້ໄຂສະຖານະການທີ່ກຳລັງເປັນຢູ່ນີ້. ເຈົ້ານາຍຂອງຂ້ານ້ອຍຊົງມີສະຕິປັນຍາ, ເຫນືອນດັ່ງສະຕິປັນຍາຂອງເທວະດາຂອງພຣະເຈົ້າ, ແລະຊົງຮູ້ທຸກສິ່ງທີ່ກຳລັງເກີດເກີດຂຶ້ນໃນແຜ່ນດິນ." |