lo_2sa_text_ulb_l3/14/01.txt

1 line
1.6 KiB
Plaintext

\c 14 \v 1 ບັດ​ນີ້​ໂຢ​ອາບ​ລູກ​ຊາຍ​ຂອງ​ນາງ​ເຊ​ຣູ​ອີ​ຢາ​ໄດ້​ຮູ້​ວ່າ​ຈິດ​ໃຈ​ຂອງ​ກະ​ສັດ​ໄດ້​ຊົງ​ປາດຖະຫນາ​ຈະ​ໄດ້​ພົບ​ອັບ​ຊາ​ໂລມ. \v 2 ດັ່ງ​ນັ້ນ​ໂຢ​ອາບ​ຈຶ່ງ​ໄດ້​ໃຊ້​ຄົນ​ໄປ​ຍັງເມືອງ​ເຕ​ກົວ ແລະ​ໄດ້​ພາ​ຜູ້​ຍິງ​ສະ​ຫລາດ​ຄົນ​ຫນຶ່ງ​ມາ​ພົບ​ເຂົາ. ເຂົາ​ໄດ້​ບອກ​ນາງວ່າ,"ຈົ່ງ​ທຳ​ທ່າ​ເປັນ​ຄົ​ນ​ໄວ້​ທຸກ ແລະ​ນຸ່ງ​ເສື້ອ​ຂອງ​ຄົນ​ໄວ​ທຸກ. ກະ​ລຸ​ນາ​ຢ່າ​ທາ​ນ້ຳ​ມັນ, ແຕ່​ທຳ​ທ່າ​ຄື​ຜູ້​ຍິງ​ໄວ້​ທຸກ​ໃຫ້​ຜູ້​ຕາຍ​ມາ​ຫລາຍ​ມື້. \v 3 ແລ້ວ​ຈົ່ງ​ເຂົ້າ​ໄປ​ເຝົ້າ​ກະ​ສັດ ແລະ​ທູນ​ຂໍ້​ຄວາມ​ແກ່​ທ່ານກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ຈະ​ອະ​ທິ​ບາຍ​ໃຫ້​ເຈົ້າ."ດັ່ງ​ນັ້ນ​ໂຢ​ອາບ​ກໍ​ໄດ້​ບອກ​ຖ້ອຍ​ຄຳ​ໃຫ້​ຍິງ​ນັ້ນ​ທີ່​ຈະ​ໄປ​ທູນ​ແກ່​ກະ​ສັດ.