1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 15 ແລ້ວອຳໂນນກໍໄດ້ຊົງເບື່ອຫນ່າຍນາງດ້ວຍຄວາມກຽດຊັງທີ່ສຸດ. ເພິ່ນຊົງກຽດຊັງນາງຫລາຍຍິ່ງກວ່າຄວາມປາດທະນາຊຶ່ງເພິ່ນຊົງເຄີຍມີຕໍ່ນາງ. ອຳໂນນໄດ້ເວົ້າກັບນາງວ່າ, "ຈົ່ງລຸກຂຶ້ນໄປໃຫ້ພົ້ນ." \v 16 ແຕ່ນາງໄດ້ຕອບເພິ່ນວ່າ, "ບໍ່! ເພາະຄວາມຜິດໃຫຍ່ຫລວງນີ້ ທີ່ຈະຊົງຂັບໄລ່ຂ້ານ້ອຍໄປກໍຫລາຍກວ່າສິ່ງທີ່ທ່ານໄດ້ຊົງເຮັດກັບຂ້ານ້ອຍ!" ແຕ່ອຳໂນນບໍ່ຍອມຟັງນາງ. \v 17 ແຕ່ໄດ້ຊົງຮ້ອງມະຫາດເລັກສ່ວນພຣະອົງ ແລະໄດ້ເວົ້າວ່າ, "ຈົ່ງເອົາຜູ້ຍິງຄົນນີ້ອອກໄປໃຫ້ພົ້ນເຮົາ, ແລ້ວປິດປະຕູໃສ່ໄລຫລັງຈາກນາງອອກໄປ." |