1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 10 ດັ່ງນັ້ນອຳໂນນກໍໄດ້ສັ່ງກັບຕາມາວ່າ, "ຈົ່ງເອົາອາຫານເຂົ້າມາໃນຫ້ອງຂອງອ້າຍ ເພື່ອອ້າຍຈະໄດ້ກິນຈາມືຂອງນ້ອງ." ດັ່ງນັ້ນຕາມາກໍໄດ້ນຳຂະຫມົນທີ່ນາງໄດ້ເຮັດນັ້ນ, ແລະໄດ້ນຳເຂົ້າໄປໃນຫ້ອງໃຫ້ອຳໂນນອ້າຍຂອງນາງ. \v 11 ເມື່ອນາງໄດ້ນຳຂະຫນົມມາໃກ້ເພິ່ນ, ອຳໂນນກໍໄດ້ຊົງຈັບນາງໄວ້ ແລະໄດ້ເວົ້າວ່າ,"ມາເຖີດ, ເຂົ້າມານອນກັບອ້າຍ." \v 12 ນາງຈຶ່ງໄດ້ຕອບເພິ່ນວ່າ, "ຢ່າເລີຍ, ອ້າຍຂອງຂ້ານ້ອຍ, ຢ່າໄດ້ບັງຄັບຂ້ານ້ອຍເລີຍ, ສິ່ງຢ່າງນີ້ເຂົາບໍ່ເຮັດກັນໃນອິດສະຣາເອນ. ຢ່າເຮັດເລື່ອງທີ່ຊົ່ວຊ້າຢ່າງນີ້ເລີຍ! |