1 line
1.9 KiB
Plaintext
1 line
1.9 KiB
Plaintext
\v 19 ແຕ່ເມື່ອດາວິດໄດ້ແນມເບິ່ງເຫລົ່າຂ້າຣາຊການກຳລັງຊື່ມກັນກັນຢູ່, ດາວິດກໍໄດ້ເຂົ້າໃຈວ່າລູກຊາຍນັ້ນໄດ້້ເສຍຊີວິດແລ້ວ. ເພິ່ນຈຶ່ງໄດ້ຊົງຮັບສັ່ງກັບຂ້າຣາຊການຂອງເພິ່ນວ່າ, "ເດັກນັ້ນໄດ້ເສຍຊີວິດແລ້ວບໍ?" ພວກເຂົາໄດ້ທູນຕອບວ່າ,"ໄດ້ເສຍຊີວິດແລ້ວ" \v 20 ແລ້ວດາວິດກໍໄດ້ຊົງລຸກຂຶ້ນຈາກພື້ນ ແລະໄດ້ຊຳລະລ້າງຮ່າງກາຍຂອງເພິ່ນ, ເຊັດໂຕເພິ່ນ, ປ່ຽນເຄື່ອງເພິ່ນ. ເພິ່ນໄດ້ດຳເນີນເຂົ້າໄປໃນພຣະວິຫານຂອງພຣະຢາເວ ແລະໄດ້ນະມັດສະການທີ່ນັ້ນ, ແລະຫລັງຈາກນັ້ນແລ້ວເພິ່ນກໍໄດ້ກັບຣາດຊວັງຂອງເພິ່ນ. ເມື່ອເພິ່ນໄດ້ຊົງຮັບສັ່ງ,ໃຫ້ຈັດອາຫານມາພວກເຂົາກໍໄດ້ຈັດຂອງກິນຕໍ່ຫນ້າເພິ່ນ, ແລະເພິ່ນກໍໄດ້ກິນ. |