1 line
1.8 KiB
Plaintext
1 line
1.8 KiB
Plaintext
\v 2 ບັດນີ້ຄົນກີເບໂອນນັ້ນບໍ່ແມ່ນເຊື້ອສາຍອິດສະຣາເອນ ພວກເຂົາເປັນຄົນອາໂມທີ່ຍັງເຫລືອຢູ່ ເຖິງແມ່ນວ່າປະຊາຊົນອິດສະຣາເອນໄດ້ສັນຍາຕໍ່ພວກເຂົາວ່າຈະບໍ່ຂ້າພວກເຂົາ ແຕ່ໂຊນກໍໄດ້ຊົງພະຍາຍາມທີ່ຈະສັງຫານພວກເຂົາທັງຫມົດ ເພາະຄວາມກະຕືລືລົ້ນເພື່ອເຊື້ອສາຍອິດສະຣາເອນແລະຢູດາຍ \v 3 ດັ່ງນັ້ນ ກະສັດດາວິດໄດ້ຊົງຮ້ອງປະຊຸມພວກກີເບໂອນແລະໄດ້ຖາມພວກເຂົາວ່າ “ເຮົາຈະເຮັດຫຍັງໃຫ້ແກ່ພວກທ່ານໄດ້? ເຮົາຈະເຮັດຢ່າງໃດຈຶ່ງຈະແກ້ຄວາມຜິດທີ່ໄດ້ເຮັດຕໍ່ພວກເຈົ້າໄດ້ ເພື່ອພວກທ່ານຈະໄດ້ອວຍພອນແກ່ປະຊາຊົນຂອງພຣະຢາເວ ຜູ້ໄດ້ຮັບມໍລະດົກຂອງຄວາມດີແລະສັນຍາຂອງພຣະອົງ?” |