lo_2sa_text_ulb_l3/11/09.txt

1 line
2.1 KiB
Plaintext
Raw Blame History

This file contains invisible Unicode characters

This file contains invisible Unicode characters that are indistinguishable to humans but may be processed differently by a computer. If you think that this is intentional, you can safely ignore this warning. Use the Escape button to reveal them.

\v 9 ແຕ່​ອູ​ຣິ​ຢາ​ໄດ້​ນອນ​ທີ່​ປະ​ຕູ​ຣາດ​ຊວັງ​ຂອງ​ກະ​ສັດ ພ້ອມ​ກັບ​ມະ​ຫາ​ເລັກ​ທັງ​ຫມົດ​ຂອງ​ນາຍ​ຂອງ​ເຂົາ, ແລະ​ເຂົາ​ບໍ່​ໄດ້​ລົງ​ໄປ​ທີ່​ບ້ານ​ຂອງ​ເຂົາ. \v 10 ເມື່ອ​ພວກ​ເຂົາ​ໄດ້​ທູນ​ດາ​ວິດ​ວ່າ, "ອູ​ຣິດຢາ​ບໍ່​ໄດ້​ລົງ​ໄປ​ທີ່​ບ້ານ​ຂອງ​ເຂົາ," ດາ​ວິດ​ກໍ​ໄດ້​ຮັບ​ສັ່ງ​ແກ່​ອູ​ຣິ​ຢາ​ວ່າ, "ເຈົ້າ​ເດີນ​ທາງ​ມາ​ບໍ່​ແມ່ນ​ບໍ? ເປັນ​ຫຍັງ​ເຈົ້າ​ບໍ່​ລົງ​ໄປ​ບ້ານ​ຂອງ​ເຈົ້າ?" \v 11 ອູ​ຣິ​ຢາ​ໄດ້​ທ​ູນ​ຕອບ​ດາ​ວິດ​ວ່າ, "ຫີບ​ພັນ​ທະ​ສັນ​ຍາ, ແລະ​ອິດ​ສະ​ຣາ​ເອນ ​ແລະ​ຢູ​ດາຍ​ຢູ່​ໃນ​ເຕັ້ນ ແລະ​ໂຢ​ອາບ​ຂອງ​ຂ້າ​​ນ້ອຍ, ກັບ​ບັນ​ດາ​ຂ້າ​ຣາ​ດ​ຊ​ການ​ຂອງ​ເຈົ້າ​ນາຍ​ຂອງ​ຂ້າ​​ນ້ອຍ​ໄດ້​ຕັ້ງ​ຄ້າຍ​ຢູ່​ທີ່​ພື້ນ​ທີ່​ໂລ່ງ ແລ້ວ​ຂ້​າ​​ນ້ອຍ​ເອງ​ຈະ​ໄປ​ທີ່​ບ້ານ​ຂອງ​ຂ້າ​ນ້ອຍ​ເພື່ອ​ກິນ, ດື່ມ​ ແລະ​ນອນ​ກັບ​ເມຍ​ຂອງ​ຂ້າ​ນ້ອຍ​ໄດ້​ຢ່າງ​ໃດ? ຕາບ​ໃດທ່ານຍັງ​ມີ​ຊີ​ວິດ​ຢູ່, ຂ້າ​ນ້ອຍ​ຈະ​ບໍ່​ເຮັດ​ຢ່າງ​ນີ້​ເລີຍ."