lo_2sa_text_ulb_l3/06/03.txt

1 line
1.6 KiB
Plaintext

\v 3 ​ພວກ​ເຂົາ​ກໍ​ໄດ້​ເອົາ​ລໍ້​​ຄັນໃຫມ່​ບັນ​ຈຸ​ຫີບ​ຂອງ​ພ​ຣະ​ເຈົ້າ. ພວກ​ເຂົາ​ໄດ້​ນຳ​ອອກ​ມາ​ຈາກ​ບ້ານ​ຂອງ​ອາ​ບີ​ນາ​ດາບ​,ຊຶ່ງ​ຢູ່​ເທິງ​ເນີນ​ພູ. ອຸດ​ຊາ ​ແລະ​ອາ​ຮີໂອ, ​ພວກ​ລູກ​ຊາຍ​ຂອງ​ເຂົາ,​ກໍ​ໄດ້​ຂັບ​ລໍ້​ຄັນ​ໃຫມ່​ນັ້ນ. \v 4 ພວກ​ເຂົາ​ໄດ້​ນຳ​ລໍ້​ທີ່​ໄດ້​ບັນ​ທຸກ​ຫີບ​ຂອງ​ພ​ຣະ​ເຈົ້າ​ອອກ​ຈາກ​ບ້ານ​ຂອງ​ອາ​ບີ​ນາ​ດາບ​ຊຶ່ງ​ຢູ່​ເທິງ​ເນີນ​ພູ. ອາ​ຮີ​ໂອ​ໄດ້​ຍ່າງທາງ​ຫນ້າ​ຫີບ. \v 5 ແລ້ວ​ດາ​ວິດ​ ແລະ​ທຸກ​ຄົນ​ຂອງ​ອິດ​ສະ​ຣາ​ເອນ​ກໍ​ໄດ້​ເລີ່ມ​ມ່ວນ​ຊື່ນ​ກັນ​ສະ​ເພາະ​ຕໍ່​ຫນ້າ​ພ​ຣະ​​ຢາ​ເວ, ໄດ້​ສະ​ເຫລີມ​ສະ​ຫລອງ​ກັນ​ດ້ວຍ​ເຄື່ອງ​ດົນ​ຕີ​ໄມ້, ດ້ວຍ​ພິນ, ດ້ວຍ​ພິນ​ໃຫຍ່,ດ້ວຍ​ສັນ​ກະ​ລໍ,ດ້ວຍກອງ, ແລະ​​ແສ່ງ.