lo_2sa_text_ulb_l3/21/20.txt

1 line
1.5 KiB
Plaintext

\v 20 ​ເລື່ອງ​ນີ້​ກໍ​ໄດ້​ເກີດ​ຂຶ້ນ​ມີ​ການ​ຮົບ​ກັນ​ອີກ​ທີ່​ເມືອງ​ກາດ ອັນ​ເປັນ​ເມືອງ​ທີ່​ມີ​ຊາຍ​ຄົນ​ຫນຶ່ງ​ຮູບ​ຮ່າງ​ໃຫຍ່ ຜ​ູ້​ທີ່​ມີ​ນິ້ວ​ມື​ຂ້າງ​ລະ​ຫົກ​ນິ້ວ ແລະ​ນິ້ວ​ຕີນ​ຂ້າງ​ລະ​ຫົກ​ນິ້ວ ຮວມ​ກັນ​ຊາວ​ສີ່​ນິ້ວ ເຂົາ​ກໍ​ໄດ້​ສຶບ​ເຊື້ອ​ສາຍ​ມາ​ຈາກ​ພວກ​ເຮ​ຟາ​ອິມ​ດ້ວຍ \v 21 ເມື່ອ​ເຂົາ​ທ້າ​ທ້າຍ​ອິດ​ສະ​ຣາ​ເອນ ໂຢ​ນາ​ທານ​ລູກ​ຊາຍ​ຂອງ​ຊາມ​ມາ​ແລະ​ຫລານ​ຊາຍ​ຂອງ​ດາ​ວິດ​ກໍ​ໄດ້​ຂ້າ​ເຂົາ \v 22 ຄົນ​ເຫລົ່າ​ນີ້​ສືບ​ເຊື້ອ​ສາຍ​ຄົນ​ເຮ​ຟາ​ອິມ​ຂອງ​ເມືອງ​ກາດ ແລະ​ພວກ​ເຂົາ​ໄດ້​ຖືກ​ຂ້າ​ຕາຍ​ດ້ວຍ​ມື​ຂອງ​ດາ​ວິດ ແລະ​ດ້ວຍ​ມື​ຂອງ​ເຫລົ່າ​ທະ​ຫານ​ຂອງ​ພ​ຣະ​ອົງ.