lo_2sa_text_ulb_l3/20/20.txt

1 line
2.0 KiB
Plaintext

\v 20 ດັ່ງ​ນັ້ນ​ໂຢ​ອາບ​ຈຶ່ງ​ໄດ້​ຕອບ​ວ່າ “ ຂໍ​ໃຫ້​ຫ່າງ​ໄກ ຂໍ​ໃຫ້​ຫ່າງ​ໄກ​ຈາກ​ເຮົາ​ຊຶ່ງ​ເຮົາ​ຈະ​ມ້າງ​ເພ​ຫລື​ທຳ​ລາຍ​ນັ້ນ \v 21 ເລື່ອງ​ນີ້​ບໍ່​ເປັນ​ຄວາມ​ຈິງ ແຕ່​ມີ​ຜູ້​ຊາຍ​ຄົນ​ຫນຶ່ງ​ຈາກ​ແຖບ​ເນີນ​ພູ​ເອ​ຟ​ຣາ​ອິມ​ຊື່​ເຊ​ບາ​ລູກ​ຊາຍ​ຂອງ​ຢາ​ມິນ​ໄດ້​ຍົກ​ມື​ຂອງ​ເຂົາ​ຂຶ້ນ​ຕໍ່​ສູ້​ກະ​ສັດ ຕໍ່​ສູ້​ດາ​ວິດ ຈົ່ງ​ມອບ​ເຂົາ​ມາ​ຄົນ​ດຽວ​ແລະ​ເຮົາ​ຈະ​ຖອນ​ທັບ​ຈາກ​ເມືອງ​ນີ້” ຜູ້​ຍິງ​ນັ້ນ​ຈຶ່ງ​ກ່າວ​ກັບ​ໂຢ​ອາບ​ວ່າ “ຫົວ​ຂອງ​ເຂົາ​ຈະ​ຖືກ​ໂຍນ​ຂ້າມ​ກຳ​ແພງ​ມາ​ໃຫ້​ທ່ານ” \v 22 ແລ້ວ​ຜູ້​ຍິງ​ນັ້ນ​ກໍ​ໄປ​ຫາ​ປະ​ຊາ​ຊົນ​ທັງ​ຫມົດ​ດ້ວຍ​ປັນ​ຍາ​ຂອງ​ນາງ ພວກ​ເຂົາ​ກໍ​ໄດ້​ຕັດ​ຫົວ​ຂອງ​ເຊ​ບາ​ລູກ​ຊອຍ​ຂອງ​ຢາ​ມິນ ແລະ​ໄດ້​ໂຍນ​ໃຫ້​ໂຢ​ອາບ ແລ້ວ​ເຂົາ​ກໍ​ເປົ່າ​ແກ​ແລະ​ທະ​ຫານ​ຂອງ​ໂຢ​ອາບ​ກໍ​ໄດ້​ແຍກ​ໄປ​ຈາກ​ເມືອງ ທຸກ​ຄົນ​ກໍ​ໄດ້​ກັບ​ໄປ​ຍັງ​ທີ່​ຢູ່​ຂອງ​ຕົນ.