lo_2sa_text_ulb_l3/20/17.txt

1 line
1.9 KiB
Plaintext

\v 17 ດັ່ງ​ນັ້ນ​ໂຢ​ອາບ​ກໍ​ໄດ້​ເຂົ້າ​ມາ​ໃກ້​ນາງ ແລະ​ຜູ້​ຍິງ​ນັ້ນ​ກໍ​ໄດ້​ເວົ້າ​ວ່າ “ທ່ານ​ຄື​ໂຢ​ອາບ​ແມ່ນ​ບໍ່?” ເຂົາ​ໄດ້​ຕອບ​ວ່າ “ແມ່ນ​ແລ້ວ​ເຮົາ​ຄື​ໂຢ​ອາບ” ນາງ​ຈຶ່ງ​ໄດ້​ກ່າວ​ກັບ​ເຂົາ​ວ່າ “ຂໍ​ທ່ານ​ຟັງ​ຖ້ອຍ​ຄຳ​ຂອງ​ສາວ​ໃຊ້​ຂອງ​ທ່ານ​ຈັກ​ຫນ່ອຍ” ເຂົາ​ກໍ​ໄດ້​ຕອບ​ວ່າ “ເຮົາ​ກຳ​ລັງ​ຟັງ​ຢູ່​ແລ້ວ” \v 18 ແລ້ວ​ນາງ​ກໍ​ໄດ້​ເວົ້າ​ວ່າ “ສະ​ໄຫມ​ໂບ​ຮານ​ພວກ​ເຂົາ​ໄດ້​ເວົ້າ​ກັນ​ວ່າ 'ໃຫ້​ຂໍ​ຄຳ​ປຶກ​ສາ​ທີ່​ອາ​ເບັນ​ໃຫ້​ແນ່ນອນ​ເຖີດ’ ແລະ​ຄຳ​ປຶກ​ສາ​ນັ້ນ​ຈະ​ເຮັດ​ໃຫ້​ເລື່ອງ​ນັ້ນ​ຈົບ​ລົງ​ໄດ້ \v 19 ພວກ​ເຮົາ​ເປັນ​ເມືອງ​ຫນຶ່ງ​ທີ່​ເຕັມ​ດ້ວຍ​ຄວາມ​ງຽບ​ສະ​ງົບ​ທີ່​ສຸດ​ແລະ​ສັດ​ຊື່​ໃນ​ອິດ​ສະ​ຣາ​ເອນ ທ່ານ​ກຳ​ລັງ​ຈະ​ທຳ​ລາຍ​ເມືອງ ອັນ​ເປັນ​ເມືອງ​ແມ່​ຂອງ​ອິດ​ສະ​ຣາ​ເອນ​ເຮັດ​ຫ​ຍັງ​ທ່ານ​ຈຶ່ງ​ຈະ​ມ້າງ​ເພ​ມໍ​ລະ​ດົກ​ຂອງ​ພ​ຣະ​ຢາ​ເວ?”