1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 11 ແລ້ວທະຫານຄົນຫນຶ່ງຂອງໂຢອາບໄດ້ຢືນຢູ່ໃກ້ອາມາສາເວົ້າວ່າ “ໃຜເຫັນດ້ວຍກັບໂຢອາບແລະໃຜຢູ່ຝ່າຍດາວິດໃຫ້ຜູ້ນັ້ນຕິດຕາມໂຢອາບໄປ” \v 12 ອາມາສາກໍນອນຈົມກອງເລືອດຂອງຕົງເອງຢູ່ທີ່ໃນຫົນທາງ ເມື່ອຊາຍຄົນນັ້ນເຫັນພວກທະຫານທົງຫມົດໄດ້ຢືນຢູ່ ເຂົາກໍໄດ້ຍ້າຍອາມາສາຈາກຫົນທາງໄປຖິ້ມໃນທຸ່ງນາ ເຂົາໄດ້ໂຍນເສື້ອຜ້າປິດຮ່າງເຂົາໄວ້ ເພາະວ່າເຂົາໄດ້ເຫັນວ່າທຸກຄົນທີ່ຜ່ານມາກໍໄດ້ຢືນຢູ່ \v 13 ຫລັງຈາກທີ່ສົບຂອງອາມາສາໄດ້ຖືກນຳອອກຈາກຫົນທາງແລ້ວ ທະຫານທັງປວງກໍໄດ້ຕາມໂຢອາບເພື່ອໄລ່ຕາມເຊບາລູກຊາຍຂອງຢາມິນ |