1 line
2.2 KiB
Plaintext
1 line
2.2 KiB
Plaintext
\v 31 ຊາວເອທີໂອເປຍກໍໄດ້ມາຮອດແລະໄດ້ທູນວ່າ “ມີຂ່າວດີຄຖະວາຍແດ່ກະສັດເຈົ້ານາຍຂອງຂ້ານ້ອຍ ເພາະໃນມື້ນີ້ພຣະຢາເວໄດ້ຊົງແກ້ແຄ້ນໃຫ້ພຣະອົງໄດ້ຊົງພົ້ນຈາກມືຂອງບັນດາຜູ້ທີ່ໄດ້ລຸກຂຶ້ນຕໍ່ສູ້ພຣະອົງ” \v 32 ແລ້ວກະສັດໄດ້ກ່າວຖາມຊາວເອທີໂອເປຍນັ້ນວ່າ “ອັບຊາໂລມຊາຍຫນຸ່ມນັ້ນສະບາຍດີບໍ່?” ຊາວເອທີໂອເປຍນັ້ນໄດ້ທູນຕອບວ່າ “ຂໍໃຫ້ບັນດາສັດຕູຂອງກະສັດເຈົ້ານາຍຂອງຂ້ານ້ອຍແລະຄົນທັງປວງທີ່ໄດ້ລຸກຂຶ້ນທຳຮ້າຍພຣະອົງໃຫ້ເປັນຄືຊາຍຫນຸ່ມຄົນນັ້ນເຖີດ” \v 33 ແລ້ວກະສັດໄດ້ຊົງທຸກໃຈຫລາຍ ແລະພຣະອົງໄດ້ຂຶ້ນໄປເທິງຫ້ອງທີ່ຢູ່ເຫນືອປະຕູ ແລະຊົງໂສກເສົ້າ ຂະນະທີ່ພຣະອົງໄປພຣະອົງຊົງເສຍໃຈໄດ້ກ່າວວ່າ “ໂອ ອັບຊາໂລມລູກພໍ່ ລູກພໍ່ ອັບຊາໂລມເອີຍ ພໍ່ເອງຢາກຈະຕາຍແທນເຈົ້າ ໂອ ອັບຊາໂລມລູກພໍ່ ລູກພໍ່” |