lo_2sa_text_ulb_l3/10/13.txt

1 line
1.2 KiB
Plaintext

\v 13 ດັ່ງນັ້ນໂຢ​ອາບ​ ກັບ​ພວກ​ທະ​ຫານ​ຂອງກອງ​ທັບ​ຂອງ​ເຂົາ​ກໍ​ໄດ້​ບຸກ​ເຂົ້າ​ໄປ​ສູ້​ຮົບ​ຕ້ານກັບຄົນອາຣາມ, ທີ່​ໄດ້​ຖືກ​ກົດ​ດັນ​ໃຫ້​ຫນີ​ໄປ​ຕໍ່​ຫນ້າ​ກອງ​ທັບ​ຂອງ​ອິດ​ສະຣາ​ເອນ. \v 14 ເມື່ອກອງ​ທັບ​ຂອງ​ຄົນ​ອຳ​ໂມນ​ໄດ້​ເຫັນ​ວ່າ​ຄົນ​ອາຣາມ​ໄດ້​ຫນີ​ໄປ​ແລ້ວ, ພວ​ກ​ເຂົາ​ກໍ​ໄດ້​ຫນີ​ໄປ​ຈາກ​ອາ​ບີ​ໄຊ​ດ້ວຍ ແລະ​ ໄດ້​ກັບ​ເຂົ​້າ​ໄປ​ໃນ​ເມືອງ. ແລ້ວ​ໂຢ​ອາບ​ກໍ​ໄດ້​ກັບ​ຈາກ​ການ​ສູ້​ຮົບ​ກັບ​ປະ​ຊາ​ຊົນ​ອຳ​ໂມນ ​ແລະ​ໄດ້​ກັບ​ໄປ​ຍັງ​ກຸງ​ເຢຣູ​ຊາ​ເລັມ.