lo_2sa_text_ulb_l3/10/06.txt

1 line
1.8 KiB
Plaintext

\v 6 ເມື່ອ​ປະ​ຊາ​ຊົນ​ອຳ​ໂມນ​ໄດ້​ເຫັນ​ວ່າ ພວກ​ເຂົາ​ໄດ້​ສ້າງ​ສັດ​ຕູ​ກັບ​ດາ​ວິດ, ປະ​ຊາ​ຊົນ​ອຳ​ໂມນ​ຈຶ່ງ​ໄດ້​ສົ່ງ​ຜູ້​ສື່​ສານ​ໄປ​ຈ້າງ​ຄົນອາຣາມ ​ເມືອງ​ເບັດ​ເຣ​ໂຮບ ແລະ​ໂຊ​ບາ, ເປັນ​ທະ​ຫານ​ຈຳ​ນວນ​ສອງ​ຫມື່ນ​ຄົນ, ແລະ ​ກະ​ສັດ​ເມືອງ​ມາ​ອາ​ກາ​ພ້ອມ​ດ້ວຍ​ກຳ​ລັງ​ຄົນ​ຫນຶ່ງ​ພັນ​ຄົນ, ແລະ​ກຳ​ລັງ​ຄົນ​ເມືອງ​ໂຕບ​ຫນຶ່ງ​ຫມື່ນ​ສອງ​ພັນ​ຄົນ. \v 7 ເມື່ອ​ດາ​ວິດ​ໄດ້ຍິນເລື່ອງ​ນີ້, ​ເຂົາ​ຈຶ່ງ​ສົ່ງ​ໂຢ​ອາບ ​ແລະ​ກອງ​ທັບ​ເຫລົ່າ​ນັກ​ລົບ​ທັງ​ຫມົດ​ໄປ. \v 8 ພວກ​ຄົນ​ອຳ​ໂມນ​ກໍ​ໄດ້​ຍົກ​ທັບ​ອອກ​ມາ ແລະ ​ໄດ້​ຈັດ​ແນວ​ຮົບ​ໄວ້​ທີ່​ທາງ​ເຂົ້າ​ປະ​ຕູ​ເມືອງ​ຂອງ​ພວກ​ເຂົາ, ໃນຂະ​ນະ​ທີ່​ຄົນ​ອາຣາມ​ຈາກ​ໂຊ​ບາ ​ແລະ ​ຈາກ​ເມືອງ​ເຣ​ໂຮບ, ແລະ​ຊາວ​ເມືອງ​ໂຕບ ​ແລະ​ຊາວ​ເມືອງ​ມາ​ອາ​ກາ, ຢູ່​ທີ່​ພື້ນ​ທີ່​ໂລ່ງ​ສະ​ເພາະ​ພວກ​ເຂົາ.