lo_2sa_text_ulb_l3/13/05.txt

1 line
1.4 KiB
Plaintext

\v 5 ແລ້ວ ໂຢ​ນາ​ດາບ​ຈຶ່ງ​ໄດ້​ບອກເພິ່ນ​ວ່າ, "ຂໍ​ເຊີນນອນ​ເທິງ​ບ່ອນນອນ ແລະ​ທຳ​ທ່າ​ເປັນ​ໄຂ້. ເມື່ອ​ພໍ່​ຂອງ​ທ່ານ​ມາ​ຢ້ຽມ, ກໍ​ໃຫ້​ທູນ​ວ່າ, "ຂໍ​ກະ​ລຸ​ນາ​ໃຫ້​ຕາ​ມາ​ນ້ອງ​ສາວ​ຂອງ​ຂ້າ​ນ້ອຍ​ມາ​ໃຫ້​ອາ​ຫານ​ແກ່​ຂ້າ​ນ້ອຍ ແລະ​ມາ​ຕຽມ​ອາ​ຫານ​ຕໍ່​ຫນ້າ​ຂ້າ​ນ້ອຍ ເພື່ອ​ຂ້າ​ນ້ອຍ​ຈະ​ໄດ້​ເຫັນ, ແລະ​ກິນ​ຈາກ​ມື​ຂອງ​ນາງ?"" \v 6 ດັ່ງ​ນັ້ນ ອຳ​ໂນນ​ຈຶ່ງນອນ ແລະ​ໄດ້​ທຳ​ທ່າ​ເປັນ​ໄຂ້ ເມື່ອ​ກະ​ສັດ​ໄດ້​ມາ​ຢ້ຽມ. ອຳ​ໂນນ​ກໍ​ໄດ້​ທູນ​ກະ​ສັດ​ວ່າ,"ຂໍ​ກາ​ລຸ​ນາ​ໃຫ້​ຕາ​ມາ​ນ້ອງ​ສາວ​ມາ​ເຮັດ​ອາ​ຫານ​ຕໍ່​ຫນ້​ສາຂ້າ​ນ້ອຍ ເພື່ອ​ທີ່​ຂ້າ​ນ້ອຍ​ຈະ​ໄດ້​ກິນ​ຈາກ​ມື​ຂອງ​ນາງ."