1 line
1.5 KiB
Plaintext
1 line
1.5 KiB
Plaintext
\v 14 ດາວິດໄດ້ຖາມເຂົາວ່າ, "ເປັນຫຍັງເຈົ້າບໍ່ຢ້ານກົວທີ່ຈະຂ້າກະສັດຜູ້ທີ່ພຣະຢາເວໄດ້ຊົງເຈີມແລ້ວນັ້ນດ້ວຍມືຂອງເຈົ້າເອງ?" \v 15 ດາວິດກໍໄດ້ເອີ້ນຊາຍຄົນຫນຶ່ງ ແລະ ໄດ້ເວົ້າວ່າ, " ຈົ່ງໄປ ແລະ ຂ້າເຂົາເສຍ." ແລ້ວຜູ້ຊາຍຄົນນັ້ນກໍໄດ້ໄປ ແລະ ໄດ້ຂ້າເຂົາ, ເເລະ ຄົນອາມາເຫລັກນັ້ນກໍຕາຍ. \v 16 ເເລ້ວດາວິດໄດ້ກ່າວແກ່ສົບຂອງຄົນອາມາເຫລັກວ່າ, "ເລືອດຂອງເຈົ້າກໍຕົກຢູ່ຫົວຂອງເຈົ້າ ເພາະວ່າປາກຂອງເຈົ້າໄດ້ເປັນພະຍານປັກປຳໂຕເຈົ້າ ເເລະ ໄດ້ເວົ້າວ່າ, "ຂ້ານ້ອຍໄດ້ຂ້າກະສັດຜູ້ທີ່ພຣະຢາເວໄດ້ຊົງເຈີມໄວ້."" |