lo_2sa_text_ulb_l3/20/06.txt

1 line
1.5 KiB
Plaintext

\v 6 ດັ່ງ​ນັ້ນ​ດາ​ວິດ​ໄດ້​ກ່າວ​ກັບ​ອາ​ບີ​ໄຊວ່າ, "ບັດ​ນີ້​ເຊ​ບາ ​ລູກ​ຊາຍ​ຂອງ​ບີກຣີ​ຈະ​ສ້າງ​ຄວາມ​ເດືອດ​ຮ້ອນໃຫ້​ເຮົາ​ຫລາຍກວ່າ​ອັບ​ຊາ​ໂລມ​ໄດ້​ເຮັດ. ທ່ານ​ຈົ່ງ​ນຳ​ບັນ​ດາ​ຜູ້​ຮັບ​ໃຊ້​ຂອງ​ເຈົ້າ​ນາຍ​ຂອງ​ທ່ານ, ເຫລົ່າ​ທະ​ຫານ​ຂອງ​ເຮົາ, ແລະ ໄລ່​ຕາມ​ເຂົາ​ໄປ, ຫລື ບໍ່​ເຊັ່ນ​ນັ້ນ​ເຂົາ​ຈະ​ຫາ​ບັນ​ດາ​ເມືອງ​ທີ່​ມີ​ປ້ອມ​ປາການໄດ້ ແລະ ​ຫນີ​ພົ​້ນ​ສາຍ​ຕາ​ເຮົາ." \v 7 ແລ້ວ​ພວກ​ຄົນຂອງ​ໂຢ​ອາບ​ໄດ້​ອອກ​ໄປ​ໄລ່​ຕາມ​ເຂົາ, ພ້ອມ​ກັບ​ຄົນ​ເກ​ເຣັດ ​ກັບ​ຄົນ​ເປ​ເລັດ​ກັບ​ນັກ​ຮົບ​ທັງ​ຫມົດ. ພວກ​ເຂົາ​ໄດ້​ອອກ​ຈາກ​ນະຄອນເຢ​ຣູ​ຊາ​ເລັມ​ເພື່ອ​ໄລ່​ຕາມ​ເຊ​ບາ​ ບຸດ​ຊາຍ​ຂອງ​ບີກຣີ.