lo_2sa_text_ulb_l3/12/26.txt

1 line
1.3 KiB
Plaintext

\v 26 ​ບັດ​ນີ້​ໂຢ​ອາບ​ໄດ້​ສູ້ຮົບ​ກັບ​ຣັບບາ,ເມືອງ​ຫລວງ​ຂອງ​ຄົນ​ອຳ​ໂມນ ​ແລະ​ເຂົາ​ໄດ້​ຢຶດ​ປ້ອມ​ປາ​ການ​ຂອງ​ເມືອງ​ນັ້ນ​ໄດ້. \v 27 ດັ່ງ​ນັ້ນ​ໂຢ​ອາບ​ຈຶ່ງ​ໄດ້​ສົ່ງ​ຜູ້​ສື່​ສານ​ໄປ​ເຝົ້າ​ດາ​ວິດ ແລະ​ໄດ້​ທູນ​ວ່າ, "ຂ້າ​ນ້ອຍ​ໄດ້​ສູ້​ຮົບ​ກັບ​ນະຄອນ​ຣັບ​ບາ, ແລະ​ຂ້າ​ນ້ອຍ​ໄດ້​ຢຶດ​ແຫລ່ງນ້ຳ​ຂອງ​ເມືອງ​ໄດ້​ແລ້ວ. \v 28 ບັດ​ນີ້​ຂໍ​ທ່ານ​ໄດ້​ຊົງ​ຮວບຮວມ​ທະ​ຫານ​ທີ່​ເຫລືອ ແລະ​ຕັ້ງ​​ຄ້າຍ​ຕີ​ເມືອງ​ນັ້ນ ​ແລະ​​ຢຶດ​ໃຫ້​ໄດ້, ເພາະ​ຢ້ານ​ວ່າ​ຖ້າ​ຂ້າ​ນ້ອຍ​ຕີ​ໄດ້, ກໍ​​ຈະ​ຮ້ອງ​ຊື່​ເມືອງ​ນັ້ນ​ຕາມ​ຊື່​ຂອງ​ຂ້າ​ນ້ອຍ."