lo_2sa_text_ulb_l3/01/03.txt

1 line
1.3 KiB
Plaintext

\v 3 ດາ​ວິດ​ໄດ້​ຖາ​ມ​ເຂົາ​ວ່າ, " ເຈົ້າ​ມາ​ຈາກ​ໃສ?" ເຂົາ​ໄດ້​ຕອບ​ວ່າ, " ຂ້າ​ພະ​ເຈົ້າ​ມາ​ຈາກ​ຄ້າຍ​ຂອງ​ອິດ​ສະ​ຣາ​ເອນ." \v 4 ດາ​ວິດ​ໄດ້​ຖາມ​ເຂົາ​ວ່າ, " ຂໍ​ບອກ​ຂ້ອຍ​ວ່າ ເຫດ​ຜົນ​ເປັນ​ແນວ​ໃດ​ແນ່." ເຂົາ​ໄດ້​ຕອບ​ວ່າ, " ພວກ​ປະ​ຊາ​ຊົນ​ໄດ້​ຫນີ​ຈາກ​ການ​ສູ້​ຮົບ. ມີ​ຫລາຍ​ຄົນ​ໄດ້​ລົ້ມລົງ ​ແລະ​ ມີ​ຫລາຍ​ຄົນ​ໄດ້​ຕາຍ​ແລ້ວ​. ກະສັດໂຊນ ​ແລະ​ ໂຢ​ນາ​ທານ​ລູກຊາຍຂອງເພ​ິ່ນກໍ​ຕາຍເຊັ່ນກັນ." \v 5 ດາ​ວິດ​ຈຶ່ງ​ໄດ້​ຖາມ​ຊາຍ​ຫນຸ່ມ​ຄົນ​ນັ້ນ​ວ່າ, " ເຈົ້າ​ຮູ້​ໄດ້​ຢ່າງ​ໃດ​ວ່າໂຊນ ແລະ ​ໂຢ​ນາ​ທານ​ລູກຂອງເພິ່ນໄດ້ຕາຍແລ້ວ?"