lo_2sa_text_ulb_l3/14/28.txt

1 line
882 B
Plaintext

\v 28 ​ອັບ​ຊາ​ໂລມ​ໄດ້​ຢູ່​ໃນນະຄອນ​ເຢ​ຣູ​ຊາ​ເລັ​ມ​ເຖິງ​ສອງ​ປີ​ເຕັມ, ໂດຍ​ບໍ່​ໄດ້​ເຂົ້າ​ເຝົ​້າ​ຕໍ່​ຫນ້າ​ກະ​ສັດ. \v 29 ແລ້ວ​ອັບ​ຊາ​ໂລມ​ກໍ​ໄດ້​ສົ່ງ​ຄົນ​ໄປ​ນຳຫາໂຢ​ອາບ​ໃຫ້​ນຳ​ເພິ່ນ​ເຂົ້າ​ໄປ​ເຝົ້າ​ກະສັດ, ແຕ່​ໂຢ​ອາບ​ບໍ່​ໄດ້​ມາ​ຫາ​ເພິ່ນ. ​ດັ່ງ​ນັ້ນເພິ່ນກໍ​ໄດ້​ຊົງ​ສົ່ງ​ຄົນ​ໄປ​ຄັ້ງ​ທີ່​ສອງ, ແຕ່​ໂຢ​ອາບ​ກໍ​ບໍ່​ໄດ້​ມາ​ອີກ.