\v 21 ​ແຕ່​ອາ​ບີ​ໄຊ​ລູກ​ຊາຍ​ຂອງ​ນາງ​ເຊ​ຣູ​ອີ​ຢາ​ໄດ້​ຕອບ​ວ່າ “ຊີ​ເມ​ອີ​ບໍ່​ສົມ​ຄວນ​ຕາຍ​ເພາະ​ສິ່ງ​ນີ້ ເພາະ​ເຂົາ​ໄດ້​ປ່ອຍ​ດ່າ​ຜູ້​ທີ່​ຮັບ​ການ​ແຕ່ງ​ຕັ້ງ​ຂອງ​ພ​ຣະ​ຢາ​ເວ?” \v 22 ແລ້ວ​ດາ​ວິດ​ໄດ້​ກ່າວ​ວ່າ “ລູກ​ຊາຍ​ທັງ​ສອງ​ຂອງ​ນາງ​ເຊ​ຣູ​ອີ​ເອີຍ ເຮົາ​ມີ​ວຽກ​ຫຍັງ​ກັບ​ທ່ານ ຊຶ່ງ​ໃນ​ມື້​ນີ້​ທ່ານ​ຈະ​ມາ​ເດືອດ​ຮ້ອນ​ກັບ​ເຮົາ? ໃນ​ມື້​ນີ້​ຄວນ​ທີ່​ຈະ​ໃຫ້​ໃຜ​ໃນ​ອິດ​ສະ​ເອນ​ມີ​ໂທດ​ເຖິງ​ຕາຍ​ບໍ່?” \v 23 ດັ່ງ​ນັ້ນ​ກະ​ສັດ​ໄດ້​ກ່າວ​ກັບ​ຊີ​ເມ​ອີ​ວ່າ “ເຈົ້າ​ຈະ​ບໍ່​ຕາຍ” ແລ້ວ​ກະ​ສັດ​ກໍ​ໄດ້​ຊົງ​ໃຫ້​ຄຳ​ສັນ​ຍາ​ດ້ວຍ​ຄຳ​ປະ​ຕິ​ຫານ