\v 12 ມີ​ຄົນ​ໄດ້​ໄປ​ບອກກະ​ສັດ​ດາ​ວິດ​ວ່າ, "ພ​ຣະ​ຢາ​ເວ​ຊົງ​ອວຍ​ພອນ​ຄອບ​ຄົວ​ຂອງ​ໂອ​ເບັດ​ເອ​ໂດມ ແລະ​ ທຸກ​ສິ່ງ​ທີ່​ເປັນ​ຂອງ​ເຂົາ​ເນື່ອງ​ດ້ວຍ​ຫີບພັນທະສັນຍາຂອງ​ພ​ຣະ​ເຈົ້າ. " ດັ່ງ​ນັ້ນ​ດາ​ວິດ​ຈຶ່ງ​ໄດ້​ຂຶ້ນ​ໄປ​ນຳ​ຫີບພັນທະສັນຍາຂອງ​ພ​ຣະ​ເຈົ້​ຈາກບ​້ານ​ຂອງ​ໂອ​ເບັດ​ເອ​ໂດມ​ເຖິງ​ເມືອງ​ຂອງ​ດາ​ວິດ​ດ້ວຍ​ຄວາມ​ຊື່ນ​ຊົມ​ຍິນ​ດີ. \v 13 ເມື່ອ​ພວກ​ເຂົາ​ເຫລົ່າ​ນັ້ນ​ທີ່​ກຳ​ລັງ​ຫາມ​ຫີບ​ຂອງ​ພ​ຣະ​ຢາ​ເວ​ໄດ້​ຍ່າງ​ໄປ​ໄດ້​ຫົກ​ກ້​າວ, ເພິ່ນ​ກໍ​ໄດ້​ຊົງ​ຖວາຍ​ງົວ​ໂຕ​ຫນຶ່ງ​ ກັບ​ລູກ​ງົວ​ຕຸ້ຍ​ໂຕຫນຶ່ງ.