\v 21 ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ມາ​ຈາກ​ທີ່​ພວກ​ເຂົາ​ເຫລົ່າ​ນັ້ນ​ໄປ​ແລ້ວ ໂຢ​ນາ​ທານ​ແລະ​ອາ​ຮີ​ມາ​ອາດ​ໄດ້​ຂຶ້ນ​ມາ​ຈາກ​ນ້ຳ​ສ້າງ ພວກ​ເຂົາ​ໄດ​ໄປ​ທູນ​ກະ​ສັດ​ດາ​ວິດ​ໃຫ້​ຊົງ​ຮູ້ ເຂົາ​ທັງ​ສອງ​ໄດ້​ທູນ​ດາ​ວິດ​ວ່າ “ຂໍ​ຊົງ​ລຸກ​ຂຶ້ນ​ແລະ​ຮີບ​ຂ້າມ​ແມ່​ນ້ຳ​ໄປ ເພາະ​ວ່າ​ອາ​ຮີ​ໂຕ​ເຟນ​ໃຫ້​ຄຳ​ປຶກ​ສາ​ຢ່າງ​ນັ້ນ​ຢ່າງ​ນີ້​ກ່ຽວ​ກັບ​ພ​ຣະ​ອົງ” \v 22 ແລ້ວ​ດາ​ວິດ​ກໍ​ໄດ້​ຊົງ​ລຸກ​ຂຶ້ນ ແລະ​ທະ​ຫານ​ທັງ​ຫມົດ​ທີ່​ຢູ່​ກັບ​ພ​ຣະ​ອົງ ແລະ​ພວກ​ເຂົາ​ກໍ​ໄດ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ ພໍ​ມື້​ເຊົ້າ​ກໍ​ບໍ່​ມີ​ເຫລືອ​ຈັກ​ຄົນ​ຫນຶ່ງ​ທີ່​ຍັງ​ບໍ່​ໄດ້​ຂ້າມ​ແມ່​ນ້ຳ​ຈໍ​ແດນ