\v 9 ​ດັ່ງ​ນັ້ນ​ເປັນ​ຫຍັງ​ເຈົ້າ​ເຖິງ​ໄດ້​ດູ​ຫມິ່ນ​ພ​ຣະ​ບັນ​ຊາ​ຂອງ​ພ​ຣະ​ເຈົ້າ​ຢາ​ເວ, ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ໃນ​ສາຍ​ຕາ​ພ​ຣະ​ອົງ? ເຈົ້າ​ໄດ້​ປະ​ຫານ​ອູ​ຣິ​ຢາ​ຄົນ​ຮິດ​ຕີ​ດ້ວຍ​ດາບ ແລະ​ໄດ້​ເອົາ​ເມຍ​ຂອງ​ເຂົາ​ມາ​ເປັນ​ເມຍ​ຂອງ​ເຈົ້າ. ເຈົ້າ​ໄດ້​ຂ້າ​ເຂົາ​ດ້ວຍ​ດາບ​ຂອງກອງ​ທັບ​ຂອງ​ຄົນ​ອຳ​ໂມນ. \v 10 ດັ່ງ​ນັ້ນ ບັດ​ນີ້​ດາບ​ນັ້ນ​ຈະ​ບໍ່​ຄາດ​ໄປ​ຈາກ​ຣາ​ຊວົງ​ຂອງ​ເຈົ້າ, ເພາະ​ເຈົ້າ​ໄດ້​ດູ​ຫມິ່ນ​ເຮົາ​ ແລະ​ໄດ້​ເອົາ​ເມຍ​ຂອງ​ອູ​ຣິ​ຢາ​ຄົນ​ຮິດ​ຕີ​ມາ​ເປັນ​ເມຍ​ຂອງ​ເຈົ້າ."