\v 11 ກະ​ສັດ​ດາ​ວິດ​ໄດ້​ສົ່ງ​ຄົນ​ໄປ​ຫາ​ຊາ​ດົກ​ແລະ​ອາ​ບີ​ອາ​ທາ​ປຸ​ໂຮ​ຫິດ​ທັງ​ສອງ ຮັບ​ສັ່ງ​ວ່າ “ຈົ່ງ​ເວົ້າ​ກັບ​ພວກ​ຜູ້​ອາ​ວຸ​ໂສ​ຂອງ​ຄົນ​ຢູ​ດາຍ​ວ່າ ‘ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ເປັນ​ຄົນ​ສຸດ​ທ້າຍ​ທີ່​ຈະ​ທູນ​ເຊີນ​ກະ​ສັດ​ກັບ​ພ​ຣະ​ຣາດ​ຊວັງ​ຂອງ​ພ​ຣະ​ອົງ ໃນ​ເມື່ອ​ມີ​ຖ້ອຍ​ຄຳ​ມາ​ຈາກ​ອິດ​ສະ​ຣາ​ເອນ​ທັງ​ປວງ​ຊື່ນ​ຊົມ​ເຖິງ​ກະ​ສັດ​ໃຫ້​ກັບ​ພ​ຣະ​ຣາດ​ຊວັງ​ຂອງ​ພ​ຣະ​ອົງ? \v 12 ພວກ​ທ່ານ​ເປັນ​ພີ່​ນ້ອງ​ຂອ​ງ​ເຮົາ ເປັນ​ກະ​ດູກ​ແລະ​ເນື້ອ​ຂອງ​ເຮົາ ເປັນ​ຫຍັງ​ພວກ​ທ່ານ​ຈຶ່ງ​ຈະ​ເປັນ​ຄົນ​ສຸດ​ທ້າຍ​ທີ່​ຈະ​ທູນ​ຊີນ​ກະ​ສັດ​ກັບ?’