\v 34 ອັ​ບ​ຊາ​ໂລມ​ກໍ​ໄດ້​ຫນີ​ໄປ ທະ​ຫານ​ຍາມ​ໄດ້​ແງນ​ຫນ້າ​ຂຶ້ນ​ເບິ່ງ​ແລະ​ໄດ້​ເຫັນ​ຄົນ​ຈຳ​ນວນ​ຫລາຍ​ກຳ​ລັງ​ມາ​ຈາກ​ທາງ​ຕາມ​ຫລັງ​ເນີນ​ເຂົາ​ທາງ​ດ້ານ​ຕາ​ວັນ​ຕົກ​ຂອງ​ເຂົາ \v 35 ແລ້ວ​ໂຢ​ນາ​ດາບ​ຈຶ່ງ​ໄດ້​ທູນ​ກະ​ສັດ​ວ່າ “ເບິ່ງ​ເຖີດ ບັນ​ດາ​ລູກ​ຊາຍ​ກຳ​ລັງ​ມາ​ແລ້ວ ສິ່ງ​ນີ້​ເປັນ​ຈິງ​ຕາມ​ຖ້ອຍ​ຄຳ​ທີ່​ຜູ້​ຮັ​ບ​ໃຊ້​ຂ​ອງ​ພ​ຣະ​ອົງ​ໄດ້​ທູນ​ແລ້​ວ” \v 36 ດັ່ງ​ນັ້ນ ສິ່ງນ​ີ້​ໄດ້​ເກີດ​ຂຶ້ນ ເມື່ອ​ເຂົາ​ໄດ້​ເວົ້​າ​ຈົບ​ລົງ​ບັນ​ດາ​ລູກ​ຂອງ​ກະ​ສັດ​ກໍ​ໄດ້​ມາ​ເຖິງ ແລະ​ຊົງ​ຮ້ອງ​ໃຫ້​ສຽງ​ດັງ​ແລະ​ຊົງ​ຂ​ົມ​ຂື່ນ ກະ​ສັດ​ກໍ​ຊົງ​ຂົມ​ຂື່ນ ແລະ​ບັນ​ດາ​ຄົນ​ຮັ​ລ​ໃຊ້​ກໍ​ຮ້ອງ​ໃຫ້​ສະ​ເອຶກ​ສະ​ເອື້ນ​ດ້ວຍ​ເຊັ່ນ​ກັນ.