\v 2 ບັດ​ນີ້​ຄົນ​ກີ​ເບ​ໂອນ​ນັ້ນ​ບໍ່​ແມ່ນ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ; ພວກ​ເຂົາ​ເປັນ​ຄົນ​ອາ​ໂມ​ທີ່​ຍັງ​ເຫລືອ​ຢູ່ ເຖິງ​ແມ່ນ​ວ່າ​ປະ​ຊາ​ຊົນ​ອິດ​ສະ​ຣາ​ເອນ​ໄດ້​ສັນ​ຍາ​ຕໍ່​.ພວກ​ເຂົາ​ວ່າ​ຈະ​ບໍ່​ຂ້າ​ພວກ​ເຂົາ, ແຕ່​ໂຊນ​ກໍ​ໄດ້​ຊົງ​ພະ​ຍາ​ຍາມ​ທີ່​ຈະ​ສັງ​ຫານ​ພວກ​ເຂົາ​ທັງ​ຫມົດ ເພາະ​ຄວາມ​ກະ​ຕື​ລື​ລົ້ນ​ເພື່ອ​ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ​ ແລະ​ຢູ​ດາຍ. \v 3 ດັ່ງ​ນັ້ນ ກະ​ສັດ​ດາ​ວິດ​ໄດ້​ຊົງ​ຮ້ອງ​ປະ​ຊຸມ​ພວກ​ກີ​ເບ​ໂອນ ​ແລະ​ໄດ້​ຖາມ​ພວກ​ເຂົາ​ວ່າ, "ເຮົາ​ຈະ​ເຮັດ​ຫຍັງ​ໃຫ້​ແກ່​ພວກ​ທ່ານ​ໄດ້? ເຮົາ​ຈະ​ເຮັດ​ຢ່າງ​ໃດ​ຈຶ່ງ​ຈະ​ແກ້​ຄວາມ​ຜິດ​ທີ່​ໄດ້​ເຮັດ​ຕໍ່​ພວກ​ເຈົ້າ​ໄດ້, ເພື່ອ​ພວກ​ທ່ານ​ຈະ​ໄດ້​ອວຍ​ພອນ​ແກ່​ປະ​ຊາ​ຊົນ​ຂອງ​ພ​ຣະ​ຢາ​ເວ, ຜູ້​ໄດ​້​ຮັບ​ມໍ​ຣະ​ດົກ​ຂອງ​ຄວາມ​ດີ ​ແລະ​ສັນ​ຍາ​ຂອງ​ພ​ຣະ​ອົງ?"