\v 18 ແລ້ວ​ກາດ​ກໍ​ໄດ້​ເຂົ້າ​ມາ​ເຝົ້າ​ດາ​ວິດ ແລະ​ໄດ້​ທູນ​ພ​ຣະ​ອົງ​ວ່າ “ຂໍ​ຂຶ້ນ​ໄປ​ສ້າງ​ແທ່ນ​ບູ​ຊາ​ຖະ​ວາຍ​ແດ່​ພ​ຣະ​ຢາ​ເວ​ເທິງ​ລານ​ຟາດ​ເຂົ້າ​ຂອງ​ອາ​ໂຣ​ນາ​ຄົນ​ເຢ​ບຸດ​ເຖີດ” \v 19 ດັ່ງ​ນັ້ນ​ດາ​ວິດ​ກໍ​ໄດ້​ຂຶ້ນ​ໄປ​ຕາມ​ຄຳ​ຂອງ​ກາດ​ຕາມ​ທີ່​ພ​ຣະ​ຢາ​ເວ​ໄດ້​ຊົງ​ບັນ​ຊາ \v 20 ເມື່ອ​ອາ​ໂຣ​ນາ​ໄດ້​ເຫັນ​ອອກ​ໄປ​ແລະ​ໄດ້​ເຫັນ​ກະ​ສັດ​ແລະ​ບັນ​ດາ​ຂ້າຣາດ​ຊ​ການ​ກຳ​ລັງ​ເຂົ້າ​ມາ​ຫາ​ເຂົາ ດັ່ງ​ນັ້ນ​ອາ​ໂຣ​ນາ​ກໍ​ໄດ້​ອອກ​ໄປ​ແລະ​ໄດ້​ກົ້ມ​ຕົວ​ລົງ​ກາບ​ລົງ​ດິນ​ຕໍ່​ກະ​ສັດ