\c 5 \v 1 ​ແລ້ວ​ອິດ​ສະ​ຣາ​ເອນ​ທຸກ​ເຜົ່າ​ກໍ​ໄດ້​ມາ​ຫາ​ດາ​ວິດ​ທີ່​ເມືອງ​ເຮັບ​ໂຣນ ແລະ​ໄດ້​ກ່າວ​ວ່າ,"ເບິ່ງ​ເຖີນ, ພວກ​ຂ້າ​ນ້ອຍ​ເປັນ​ກະ​ດູກ ​ແລະ​ເນື້ອ​ຂອງ​ທ່ານ. \v 2 ໃນ​ອາ​ດີດ​ເມື່ອ​ບໍ່​ດົນ​ມາ​ນີ້,​ເມື່​ອກະ​ສັດ​ໂຊນ​ຊົງ​ໄດ້​ເປັນ​ກະ​ສັດ​ຂອງພວກຂ້ານ້ອຍ,​ກໍ​ເປັນ​ທ່ານ​ນັ້ນ ​ແລະ​ທີ່​ຊົງ​ເປັນ​ຜູ້​ນຳ​ກອງ​ທັບ​ຂອງ​ອິດ​ສະ​ຣາ​ເອນ. ພ​ຣະ​ຢາ​ເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, "ເຈົ້າ​ຈະ​ນຳ​ປະ​ຊາ​ຊົນ​ອິດ​ສາະຣາ​ເອນ​ຂອງ​ເຮົາ​ຢ່າງ​ດູ​ແລ​ແກະ, ແລະ​ເຈົ້າ​ຈະ​ເປັນ​ຜູ້​ປົກ​ຄອງ​ເຫນືອ​ອິດ​ສະ​ຣາ​ເອນ."