\v 25 ​ບັດ​ນີ້ ​ອິດ​ສະ​ຣາ​ເອນ​ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ການ​ຍົກ​ຍ້ອງ​ໃນ​ເລື່ອງ​ຄວາມ​ສະ​ງ່າ​ງາມ​ຫລາຍ​ເທົ່າ​ກັບ​ອັບ​ຊາ​ໂລມ. ນັບ​ແຕ່ປາຍຕີນ​ຈົນ​ຮອດ​ຫົວ​ຂ​ອງ​ເພິ່ນ ເພິ່ນບໍ່​ຊົງ​ມີ​ຕຳ​ນິ​ເລີຍ. \v 26 ເມື່ອ​ເພິ່ນ​ຊົງ​ຕັດ​ຜົມ​ໃນທ້າຍ​ປີ​ຂອງ​ທຸກ​ປີ, ເພາະ​ວ່າ​ຜົມ​ເທິງ​ຫົວ​ຂອງ​ເພິ່ນ​ມີ​ນ້ຳ​ຫນັກ​ຫລາຍ, ເພິ່ນ​ໄດ້​ຊົງ​ຊັ່ງ​ຜົມ ໄດ້​ຫນັກ​ປະ​ມານ​ເຖິງ​ສອງ​ກິ​ໂລ ຊຶ່ງ​ໄດ້​ຊັ່ງ​ຕາມ​ນ້ຳ​ມາດ​ຕະ​ຖານ​ຂອງ​ກະ​ສັດ. \v 27 ອັບ​ຊາ​ໂລມ​ໄດ້​ມີ​ລູກ​ຊາຍ​ສາມ​ຄົນ, ແລະ​ລູກ​ສາວ​ຄົນ​ຫນຶ່ງ​ຊື່​ຕາ​ມາ, ນາງ​ເປັນ​ຍິງ​ທີ່​ງາມ.