\c 1 \v 1 ຫລັງ​ຈາກ​ການ​ຕາຍ​ຂອງ​ກະສັດໂຊນ​ແລ້ວ, ດາ​ວິດ​ກໍ​ໄດ້​ກັບ​ມາ​ຈາກ​ການ​ໂຈມ​ຕີ​ຄົນ​ອາ​ມາ​ເຫລັກ ​ແລະ​ໄດ້​ພັກ​ຢູ່​ທີ່​ຊິກລັກໄດ້​ສອງ​ວັນ. \v 2 ວັນ​ທີ​ສາມ, ​ຊາຍ​ຄົນ​ຫນຶ່ງ​ໄດ້​ມາ​ຈາກ​ຄ້າຍຂອງກະສັດໂຊນ​ໃສ່​ເສື້ອ​ຜ້າ​ຂາດ​ແລະ​ມີ​ດິນ​ເປື້ອນ​ທີ່​ຫົວ​ຂອງ​ຂົາ. ເມື່ອ​ເຂົາ​ໄດ້​ມາ​ຮອດ​ດາ​ວິດ ກໍ​ໄດ້​ຫມອບ​ລົງ​​ຮອດ​ດິນ ​ແລະ​ໄດ້​ຫມົດ​ແຮງ​ຢູ່​ບ່ອນນັ້ນ.