2019-10-07 04:02:37 +00:00
|
|
|
\v 11 ພຣະເຈົ້າຢາເວກ່າວວ່າ 'ຊີ້ແນະ ເຮົາຈະໃຫ້ເຫດຮ້າຍເກີດຂຶ້ນກັບເຈົ້າຈາກຄອບຄົວຂອງເຈົ້າເອງ ຕໍ່ຫນ້າຕໍ່ຕາເຈົ້າ ເຮົາຈະເອົາບັນດາເມຍຂອງເຈົ້າໄປໃຫ້ເພື່ອນຂອງເຈົ້າ ແລະເຂົາຈະນອນຮ່ວມກັບບັນດາເມຍຂອງເຈົ້າຢ່າງເປີດເຜີຍ \v 12 ເພາະເຈົ້າໄດ້ເຮັດບາບຂອງເຈົ້ານັ້ນຢ່າງລັບໆ ແຕ່ເຮົາຈະເຮັດການນີ້ຕໍ່ຫນ້າອິດສະຣາເອນທັ້ງຫມົດຢ່າງເປີດເຜີຍ ’” \v 13 ແລ້ວດາວິດຈຶ່ງໄດ້ກ່າວກັບນາທານວ່າ “ເຮົາໄດ້ກະທຳບາບຕໍ່ພຣະເຈົ້າຢາເວແລ້ວ” ນາທານໄດ້ທູນດາວິດວ່າ “ພຣະເຈົ້າຢາເວໄດ້ຊົງໃຫ້ອະໄພບາບຂອງພຣະອົງແລ້ວເຊັ່ນກັນ ພຣະອົງເອງຈະບໍ່ຖືກຂ້າ.
|