lo_2sa_text_ulb_l3/19/31.txt

1 line
1.3 KiB
Plaintext
Raw Normal View History

\v 31 ແລ້ວ​ບາກ​ຊິນ​ໄລ ຊາວ​​ກີ​ເລ​ອາດ​ກໍ​ໄດ້​ລົງ​ມາ​ຈາກໂຣ​ເກ​ລິມ ເພື່ອ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ​ສົ່ງກະ​ສັດ, ແລະ​ເຂົາ​ໄດ້​ສົ່ງ​ກະ​ສັດ​ຂ້າມ​ແມ່​ນ້ຳ​ຈໍ​ແດນ​ໄປ. \v 32 ບັດ​ນີ້​ ບາກ​ຊິນ​ໄລ​ເປັນ​ຄົນ​ເຖົ້າ​ແກ່​ຫລາຍ​ແລ້ວ, ອາ​ຍຸ​ແປດ​ສິບ​ປີ.​ເຂົາ​ໄດ້​ນຳ​ສະ​ບຽງ​ອາ​ຫານ​ມາ​ຖ​ວາຍ​ກະ​ສັດ​ຂະ​ນະ​ເພິ່ນ​ຢູ່​ທີ່​ມະ​ຫາ​ນາ​ອິມ,​ເພາະ​ເຂົາ​ເປັນ​ຄົນ​ຮັ່ງ​ມີ​ຫລາຍ. \v 33 ກະ​ສັດ​ຈຶ່ງ​ໄດ້​ກ່າວ​ກັບ​ບາກ​ຊິນ​ໄລ​ວ່າ, "ຈົ່ງ​ຂ້າມ​ມາ​ຢູ່​ກັບ​ເຮົາ, ແລະ​ເຮົາ​ຈະ​ລ້ຽງ​ເບິ່ງ​ເຈົ້າ​ໃຫ້​ຢູ່​ກັບ​ເຮົາ​ທີ່​ນະຄອນເຢ​ຣູ​ຊາ​ເລັ​ມ."