lo_2sa_text_ulb_l3/01/14.txt

1 line
1.5 KiB
Plaintext
Raw Normal View History

\v 14 ດາ​ວິດ​ໄດ້​ຖາມ​ເຂົາ​ວ່າ, "ເປັນ​ຫຍັງ​ເຈົ້າ​ບໍ່​ຢ້ານ​ກົວ​​ຂ້າ​ກະ​ສັດ​ຜູ້​ທີ່​ພ​ຣະ​​ຢາ​ເວ​ໄດ້​ຊົງ​ເຈີມ ​ດ້ວຍ​ມື​ຂອງ​ເຈົ້າ​ເອງ?" \v 15 ດາ​ວິດ​ກໍ​ໄດ້​ເອີ້ນ​ຊາຍ​ຄົນ​ຫນຶ່ງ ​​ແລະ​ໄດ້​ເວົ້າ​ວ່າ, " ຈົ່ງ​ໄປ​ ແລະ​ຂ້າ​ເຂົາ​ເສຍ." ​ແລ້ວ​ຜູ້​ຊາຍ​ຄົນ​ນັ້ນກໍ​ໄດ້​ໄປ ​​ແລະ​ໄດ້​ຂ້າ​ເຂົາ, ເເລະ​ຄົນ​ອາ​ມາ​ເຫລັກ​ນັ້ນ​ກໍ​ຕາຍ. \v 16 ເເລ້ວ​ດາ​ວິດ​ໄດ້​ກ່າວ​​ແກ່​ສົບ​ຂອງ​ຄົນ​ອາ​ມາ​ເຫລັກ​ວ່າ, "ເລືອດ​ຂອງ​ເຈົ້າ​ກໍ​ຕົກ​ຢູ່​ຫົວ​ຂອງ​ເຈົ້າ ເພາະ​ວ່າ​ປາກ​ຂ​ອງ​ເຈົ້າປັກ​ປຳ​ໂຕ​ເຈົ້າ ​ເເລະ​ໄດ້​ກ່າວ​ວ່າ, "ຂ້າ​ນ້ອຍ​ໄດ້​ຂ້າ​ກະ​ສັດ​ຜູ້​ທີ່​ພ​ຣະ​ຢາ​ເວ​ໄດ້​ຊົງ​ເຈີມ​ໄວ້." "