lo_2sa_text_ulb_l3/15/21.txt

1 line
2.0 KiB
Plaintext
Raw Normal View History

\v 21 ແຕ່​ອິດ​ໄຕ​ໄດ້​ທູນ​ຕອບ​ກະ​ສັດ​ວ່າ, "ພ​ຣະ​ຢາ​ເວ​ຊົງ​ມີ​ຊີ​ວິດ​ຢູ່, ແລະ​ກະ​ສັດ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ຊົງ​ມີ​ຊີ​ວິດ​ຢູ່​, ແນ່ນອນ​ທີດຽວ ບໍ່​ວ່າ​ເຈົ້າ​ນາຍ​ຂອງ​ຂ້າ​ນ້ອຍ​ໄປ​ທີ່​ໃດ​ຜູ້​ຮັບ​ໃຊ້​ຂອງທ່ານ,ກໍ​ຂໍ​ໄປ​ຢູ່​ທີ່​ນັ້ນ​ດ້ວຍ, ບໍ່​ວ່າ​ຈະ​ເປັນ​ເຫດ​ໃຫ້​ມີ​ຊີ​ວິດ​ຢູ່​ຫລື​ຕາຍ​ກໍ​ຕາມ." \v 22 ດັ່ງ​ນັ້ນ​ດາ​ວິ​ດ​ກໍ​ໄດ້​ກ່າວ​ກັບ​ອິດ​ໄຕວ່າ, "ຈົ່ງ​ໄປ​ ແລະ​ຢູ່​ກັບ​ພວກ​ເຮົາ​ຕໍ່​ໄປ." ດັ່ງ​ນັ້ນ​ອິດໄຕພ້ອມ​ກັບ​ຄົນ​ຂອງ​ເຂົາ ​ແລະ​ຄອບ​ຄົວ​ຂອງ​ເຂົາ​ທັງ​ຫມົດ​ທີ່​ໄດ້​ຢູ່​ກັບ​ເຂົາຈຶ່ງເດີນທາງຕໍ່ໄປ. \v 23 ຊາວ​ເມືອງ​ທັງ​ຫມົດ​ກໍ​ໄດ້​ຮ້ອງ​ໄຫ້​ສຽງ​ດັງ​ເມື່ອ​ປະ​ຊາ​ຊົນ​ທັງ​ຫມົດ​ໄດ້​ຜ່ານ​ຂ້າມ​ໄປ​ຫ້ວຍ​ກິດ​ໂຣນ, ແລະ​ທີ່​ກະ​ສັດ​ເອງ​ກໍ​ໄດ້​ຂ່າມ​ຜ່ານ​ໄປ​ເຊັ່ນ​ກັນ. ປະ​ຊາ​ຊົນ​ທັງ​ຫມົດ​ໄດ້​ເດີນ​ທາງ​ຕາມ​ເສັ້ນ​ທາງ​ໄປ​ຍັງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.