[ { "title": "ບັນດາບຸດຊາຍຂອງຜູ້ທໍານວາຍຜູ້ ທີ່ຢູ່ໃນເມືອງ ເຢຣິໂກ ໄດ້ເຂົ້າມາຫາເອລີຊາ ແລະ ໄດ້ເວົ້າກັບລາວວ່າ", "body": "\"ເມື່ອເອລີຢາແລະເອລີຊາມາໃກ້ເມືອງ ເຢຣິໂກ, ພວກລູກຊາຍຂອງຜູ້ທຳນວາຍຜູ້ທີ່ມາຈາກນັ້ນໄດ້ເວົ້າກັບເອລີຊາ\"" }, { "title": "ບັນດາບຸດຊາຍຂອງຜູ້ທໍານວາຍ", "body": "ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາເປັນລູກຂອງຜູ້ທຳນວາຍ, ແຕ່ວ່າ, ພວກເຂົາແມ່ນກຸ່ມຂອງຜູ້ທຳນວາຍ. ເບິ່ງວິທີທີ່ທ່ານແປປະໂຫຍກນີ້ໃນ 2: 3 ແປໄດ້ອີກວ່າ: \"ກຸ່ມຄົນທີ່ເປັນຜູ້ທຳນວາຍ\" (ເບິ່ງ: figs_idiom)" }, { "title": "ພຣະຢາເວຊົງພຣະຊົນຢູ່, ແລະ ໃນຂະນະທີ່ທ່ານມີຊີວິດຢູ່, ຂ້າພະເຈົ້າຈະບໍ່ຈາກທ່ານໄປ", "body": "\"ແນ່ນອນວ່າ ພຣະຢາເວຊົງພຣະຊົນຢູ່, ແລະ ໃນຂະນະທີ່ທ່ານມີຊີວິດຢູ່, ຂ້າພະເຈົ້າຈະບໍ່ຈາກທ່ານໄປ.\" ຕໍ່ໄປນີ້ແມ່ນເອລີຊາປຽບທຽບຄວາມແນ່ນອນວ່າ ພຣະຢາເວ ແລະເອລີຢາມີຊີວິດຢູ່ກັບຄວາມແນ່ນອນຂອງສິ່ງທີ່ລາວເວົ້າ. ນີ້ແມ່ນວິທີການໃຫ້ ຄຳສັນຍາຢ່າງຈິງຈັງ. ເບິ່ງວິທີທີ່ທ່ານແປປະໂຫຍກນີ້ໃນ 2: 1. ແປໄດ້ອີກວ່າ: \"ຂ້າພະເຈົ້າສັນຍາຢ່າງຈິງຈັງກັບທ່ານວ່າເຮົາຈະບໍ່ຈາກທ່ານໄປ\" (ເບິ່ງ: figs_simile)" } ]