[ { "title": "ບັນດາບຸດຊາຍຂອງຜູ້ທໍານວາຍ", "body": "ນີ້ບໍ່ໄດ້ໝາຍຄວາມວ່າພວກເຂົາເປັນລູກຂອງຜູ້ທຳນວາຍ, ແຕ່ວ່າ, ພວກເຂົາແມ່ນກຸ່ມຂອງຜູ້ທຳນວາຍ. ແປໄດ້ອີກວ່າ: \"ກຸ່ມຄົນທີ່ເປັນຜູ້ທຳນວາຍ\" (ເບິ່ງ: figs_idiom)" }, { "title": "ກົ້ມຕົວລົງຕໍ່ຫນ້າເພິ່ນ", "body": "ພວກເຂົາສະແດງຄວາມນັບຖືຢ່າງເລິກເຊິ່ງແລະຍອມຮັບວ່າເພິ່ນເປັນຜູ້ນຳຄົນໃໝ່ຂອງພວກເຂົາ." }, { "title": "ວິນຍານຂອງເອລີຢານອນຢູ່ເທິງເອລີຊາ", "body": "ນີ້ແມ່ນ \"ວິນຍານ\" ຂອງເອລີຢາໝາຍເຖິງພະລັງທາງວິນຍານຂອງລາວ. ສິ່ງນີ້ເວົ້າກ່ຽວກັບເອລີຊາມີອຳນາດທາງວິນຍານນີ້ຄືກັບວ່າມັນເປັນສິ່ງທີ່ຢູ່ກັບລາວ. ແປໄດ້ອີກວ່າ: \"ເອລີຊາມີອຳນາດທາງວິນຍານຄືກັນກັບທີ່ເອລີຢາໄດ້ເຮັດ\" ຫລື \"ອຳນາດທາງວິນຍານທີ່ເອລີຢາມີຢູ່ດຽວນີ້ກັບເອລີຊາ\" (ເບິ່ງ: figs_metonymy ແລະ figs_metaphor)" }, { "title": "ບັດນີ້, ໃນບັນດາຜູ້ຮັບໃຊ້ຂອງທ່ານມີຄົນແຂງແຮງຫ້າສິບຄົນ, ໃຫ້ພວກເຂົາໄປ", "body": "ຜູ້ຊາຍເຫຼົ່ານີ້ແມ່ນອ້າງອີງໃສ່ຕົວເອງເມື່ອພວກເຂົາເວົ້າວ່າ \"ຊາຍຫ້າສິບຄົນແຂງແຮງ.\" ແປໄດ້ອີກວ່າ: \"ເບິ່ງດຽວນີ້, ພວກເຮົາແມ່ນຜູ້ຊາຍຫ້າສິບຄົນທີ່ແຂງແຮງແລະພວກເຮົາເປັນຜູ້ຮັບໃຊ້ຂອງທ່ານ. ຂໍໃຫ້ພວກເຮົາໄປ\" (ເບິ່ງ: figs_explicit)" }, { "title": "ຫ້າສິບຄົນແຂງແຮງ", "body": "\"50 ຄົນທີ່ແຂງແຮງ\" (ເບິ່ງ: translate_numbers)" } ]