lo_2ki_text_ulb_l3/17/34.txt

1 line
1.2 KiB
Plaintext

\v 34 ໃນທຸກວັນນີ້ພວກເຂົາກໍຍັງຄົງປະຕິບັດຕາມຮີດຄອງເກົ່າຂອງພວກເຂົາ. ພວກເຂົາທັງ​ຫລາຍບໍ່ໄດ້​ຖວາຍກຽດແດ່ພຣະຢາເວ​, ແລະບໍ່ປະຕິບັດຕາມກົດລະບຽບ, ຫລື​ກົດ​ຫມາຍ, ຫລືກົດ​ບັນຍັດ, ຫລືພ​ຣະບັນຍັດຕ່າງໆ ຊຶ່ງພຣະຢາ​ເວໄດ້ຊົງບັນຊາ​ແກ່ຄົນ-ຂອງຢາໂຄບ ຜ​ູ້​ທີ່​ພ​ຣະ​ອົງໄດ້ຕັ້ງຊື່ໃຫ້ວ່າອິດສະຣາເອນ- \v 35 ແລະຜູ້ທີ່ພຣະຢາເວໄດ້ຊົງເຮັດພັນທະສັນຍາກັບພວກເຂົາທັງ​ຫລາຍ ແລະ ໄດ້​ຊົງສັ່ງພວກເຂົາວ່າ, "ຢ່າຢຳ​ເກງພະເຈົ້າອົງອື່ນໆ, ຫລືກາບ​ນະ​ມັດ​ສະ​ການພະນັ້ນ, ຫລືບົວ​ລ​ະ​ບັດ, ຫລືຖວາຍສັດບູຊາແກ່ພະນັ້ນ.