1 line
1.4 KiB
Plaintext
1 line
1.4 KiB
Plaintext
\v 15 ແລ້ວກະສັດອາຮາດໄດ້ຊົງສັ່ງໃຫ້ປະໂລຫິດອູຣີຢາ, ວ່າ, "ເທິງແທ່ນໃຫຍ່ນີ້ ທ່ານຈົ່ງເຜົາເຄື່ອງບູຊາໃນຕອນເຊົ້າ ແລະ ເຄື່ອງບູຊາພືດຜົນໃນຕອນແລງ, ແລະເຄື່ອງເຜົາບູຊາຂອງກະສັດ ແລະ ເຄື່ອງບູຊາພືດຜົນຂອງພະອົງ, ພ້ອມດ້ວຍເຄື່ອງເຜົາບູຊາຂອງປະຊາຊົນທັງຫມົດໃນແຜ່ນດິນ, ລວມທັງພືດຜົນບູຊາ ແລະເຄື່ອງດື່ມບູຊາຂອງພວກເຂົາທັງຫລາຍ. ຈົ່ງຊິດເລືອດທັງຫມົດຂອງເຄື່ອງເຜົາບູຊາ ແລະ ເລືອດຂອງເຄື່ອງສັດບູຊາມາຖວາຍ. ແຕ່ແທ່ນບູຊາທອງແດງໃຫ້ເປັນທີ່ສຳລັບຂ້າພະເຈົ້າທີ່ຂ້າພະເຈົ້າຈະທູນຖາມພຣະເຈົ້າ.” \v 16 ປະໂລຫິດອູຣີຢາໄດ້ເຮັດທຸກຢ່າງຕາມຄຳສັ່ງຂອງກະສັດອາຮາດ. |