lo_2ki_text_ulb_l3/11/17.txt

1 line
1.2 KiB
Plaintext

\v 17 ແລ້ວເຢໂຮຍອາດາໄດ້ເຮັດພັນທະສັນຍາລະຫວ່າງພຣະຢາເວແລະກັບກະສັດ ແລະກັບປະຊາຊົນ, ວ່າພວກເຂົາຄວນຈະເປັນປະຊາຊົນຂອງພຣະຢາເວ, ແລະຍັງເຮັດພັນທະສັນຍາລະຫວ່າງກະສັດແລະປະຊາຊົນດ້ວຍ. \v 18 ດັ່ງນັ້ນປະຊາຊົນຫມົດທັງແຜ່ນດິນກໍໄດ້ເຂົ້າໄປໃນສາລາຂອງພະບາອານແລະມ້າງສາລາລົງ. ພວກເຂົາໄດ້ທຳລາຍບັນດາແທ່ນບູຊາແລະຮູບເຄົາຣົບຂອງພະບາອານຫັກເປັນຕ່ອນໆ, ແລະພວກເຂົາໄດ້ຂ້າມັດຕານ, ນັກບວດຂອງພະບາອານເສຍທີ່ຫນ້າແທ່ນບູຊາ. ແລ້ວເຢໂຮຍອາດາປະໂລຫິດໄດ້ແຕ່ງຕັ້ງພວກຍາມໄວ້ເຝົ້າພຣະວິຫານຂອງພຣະຢາເວ.