lo_2ki_text_ulb_l3/11/09.txt

1 line
967 B
Plaintext

\v 9 ດັ່ງນັ້ນບັນດາຜູ້ບັນຊາການກອງຮ້ອຍ ກໍໄດ້ເຊື່ອຟັງທຸກສິ່ງຕາມທີ່ເຢໂຮຍອາດາປະໂລຫິດໄດ້ສັ່ງໄວ້. ແຕ່ລະຄົນຕ່າງກໍນຳຄົນຂອງຕົນ, ຜູ້ຊຶ່ງຈະເຂົ້າຍາມໃນວັນສະບາໂຕ, ແລະ ພ້ອມກັບຜູ້ທີ່ຈະອອກຍາມວັນສະບາໂຕນັ້ນ; ແລະ ພວກເຂົາໄດ້ມາຫາເຢໂຮຍອາດາປະໂລຫິດ. \v 10 ແລ້ວເຢໂຮຍອາດາ ປະໂລຫິດກໍໄດ້ມອບຫອກ ແລະ ໂລ້ແກ່ບັນດາຜູ້ບັນຊາການ ຊຶ່ງເປັນຂອງກະສັດດາວິດ ແລະ ທີ່ຢູ່ໃນພຣະວິຫານຂອງພຣະຢາເວ.