lo_2ki_text_ulb_l3/04/42.txt

1 line
1.6 KiB
Plaintext

\v 42 ມີຊາຍຄົນຫນຶ່ງໄດ້ມາຈາກບາອານ ຊາລິຊາ ມາຫາຄົນຂອງພຣະເຈົ້າ ແລະໄດ້ນໍາເອົາເຂົ້າຈີ່ເຂົ້າບາເລຊາວກ້ອນຈາກການເກັບກ່ຽວພືດຜົນແລກໃສ່ກະສອບຂອງເຂົາມາແລະຮວງເຂົ້າໃຫມ່. ເພິ່ນກ່າວວ່າ, "ຈົ່ງໃຫ້ສິ່ງນີ້ແກ່ປະຊາຊົນເພື່ອພວກເຂົາຈະໄດ້ກິນ." \v 43 ຄົນໃຊ້ຂອງເພິ່ນເວົ້າວ່າ, "ຂ້ານ້ອຍຈະຕັ້ງອາຫານພຽງເທົ່ານີ້ໃຫ້ຄົນຫນຶ່ງຮ້ອຍຄົນກິນໄດ້ແນວໃດ?" ແຕ່ເອລີຊາໄດ້ກ່າວວ່າ, "ຈົ່ງໃຫ້ສິ່ງນີ້ແກ່ຄົນເຫລົ່ານັ້ນ, ເພື່ອພວກເຂົາຈະໄດ້ກິນ, ເພາະວ່າພະຢາເວໄດ້ກ່າວວ່າ, ພວກເຂົາທັງຫລາຍຈະໄດ້ກິນ ແລະຈະຍັງເຫລືອອີກ." \v 44 ດັ່ງນັ້ນພວກຄົນຮັບໃຊ້ຂອງເພິ່ນ ຈິ່ງໄດ້ຕັ້ງອາຫານໄວ້ຕໍ່ຫນ້າເຂົາທັງຫລາຍ, ພວກເຂົາໄດ້ກິນ, ແລະຍັງເຫລືອຢູ່ຈິງ, ຄືກັບຖ້ອຍຄຳຂອງພຣະຢາເວທີ່ໄດ້ຊົງສັນຍາໄວ້.