lo_2ki_text_ulb_l3/02/03.txt

1 line
1.2 KiB
Plaintext

\v 3 ບັນດາຜູ້ທຳນວຍທີ່ຢູ່ເບດເອນມາຫາເອລີຊາແລະຖາມລາວວ່າ, "ທ່ານຮູ້ບໍວ່າພຣະຢາເວຈະຊົງຮັບເອົານາຍຂອງທ່ານໄປຈາກທ່ານໃນມື້ນີ້?" ເອລີຊາ ຕອບວ່າ, "ແມ່ນແລ້ວ, ຂ້າພະເຈົ້າຮູ້ແລ້ວ, ແຕ່ຢ່າເວົ້າເລື່ອງນີ້." \v 4 ເອລີຢາກ່າວກັບລາວວ່າ, "ເອລີຊາ, ຈົ່ງລໍຖ້າຢູ່ບ່ອນນີ້ເຖີດ, ເພາະວ່າພຣະຢາເວໄດ້ສົ່ງຂ້າພະເຈົ້າໄປເມືອງເຢຣີໂກ." ຫລັງຈາກນັ້ນເອລີຊາໄດ້ຕອບວ່າ, "ພະຢາເວຊົງພຣະຊົນຢູ່, ແລະໃນຂະນະທີ່ທ່ານມີຊີວິດຢູ່, ຂ້າພະເຈົ້າຈະບໍ່ຈາກທ່ານໄປ." ດັ່ງນັ້ນພວກເຂົາເຈົ້າຈຶ່ງໄປເມືອງເຢຣິໂກ.