lo_2ki_text_ulb_l3/17/32.txt

1 line
836 B
Plaintext

\v 32 ພວກເຂົາຍັງໄດ້​ຖວາຍກຽດແດ່ພຣະຢາເວ​ດ້ວຍ, ແລະໄດ້ຕັ້ງນັກ​ບວດແຫ່ງ​ສະ​ຖານ​ສູງ, ຈາກທ່າມ​ກາງພວກເຂົາໃຫ້​ເຮັດ​ຫນ້າ​ທີ່ເພື່ອ​ພວກ​ເຂົາໃນສາລາແຫ່ງ​ສະ​ຖານ​ສູງ. \v 33 ພວກເຂົາຍັງໄດ້​ຖວາຍກຽດແດ່ພຣະຢາເວ ແລະ ໄດ້ນະມັດສະການບັນ​ດາພະຂອງພວກ​ເອງດ້ວຍ, ຕາມປະເພນີຂອງບັນ​ດາປະຊາຊາດຈາກທ່າມກາງພວກທີ່ໄດ້​ກວາດ​ຕ້ອນພວກເຂົາ​ມາ.