lo_2ki_text_ulb_l3/17/24.txt

1 line
1.9 KiB
Plaintext

\v 24 ກະສັດແຫ່ງອັດຊີເຣຍໄດ້ຊົງນຳປະຊາຊົນຈາກບາບີໂລນ ແລະ ຈາກກູ​ດ, ອີວາ, ຮາ​ມັດ, ເສຟາກ​ວາ​ອິມ, ແລະໄດ້ໃຫ້ພວກເຂົາອາໄສຢູ່ໃນເມືອງຕ່າງໆ, ຂອງຊາມາເຣຍແທນປະ​ຊາ​ຊົນອິດສະຣາເອນ. ພວກເຂົາໄດ້ເຂົ້າຢຶດເອົາເມືອງຊາມາເຣຍ ແລະ ໄດ້ອາໄສຢູ່ໃນເມືອງເຫລົ່ານັ້ນ. \v 25 ສິ່ງນີ້ໄດ້ເກີດຂື້ນຕັ້ງແຕ່ທຳ​ອິດທີ່ພວກເຂົາມາອາໄສຢູ່ບ່ອນນັ້ນ ພວກເຂົາກໍບໍ່ໄດ້ໃຫ້​ກຽດພຣະຢາ​ເວ. ສະນັ້ນ ພຣະຢາເວຈຶ່ງໄດ້​ຊົງສົ່ງສິງໂຕໄປຂ້າບາງຄົນໃນບັນດາພວກເຂົາ. \v 26 ເພາະ​ສະນັ້ນ ມີ​ຜູ້ໄດ້ໄປກ່າວກັບກະສັດອັດຊີເຣຍ, ວ່າ, "ບັນດາປະ​ຊາ​ຊາດທີ່ທ່ານໄດ້ນຳພາໄປ​ຢູ່ໃນເມືອງຕ່າງໆຂອງຊາມາເຣຍນັ້ນ ບໍ່ຮູ້ປະເພນີປ​ະ​ຕິ​ບັດຂອງພະຂອງແຜ່ນດິນນັ້ນ, ສະນັ້ນພະຈື່ງໃຫ້ສີງ​ໂຕມາຢູ່ໃນບັນດາພວກເຂົາ, ແລະ, ເບິ່ງແມ, ພວກສິງໂຕໄດ້ຂ້າພວກເຂົາຢູ່ທີ່ນັ້ນ ເພາະວ່າພວກເຂົາບໍ່ຮູ້ຮີດຄອງປະເພນີປະ​ຕິ​ບັດຂອງພະໃນແຜ່ນດິນນັ້ນ."