lo_2ki_text_ulb_l3/01/09.txt

1 line
1.2 KiB
Plaintext

\v 9 ແລ້ວກະສັດກໍໄດ້ຊົງຮັບສັ່ງ ໃຫ້ນາຍກອງກັບທະຫານຫ້າສິບຄົນໄປຫາເອລີຢາ. ນາຍກອງໄດ້ຂຶ້ນໄປຫາເອລີຢາຊຶ່ງເພິ່ນກຳລັງນັ່ງຢູ່ເທິງຍອດເຂົາ. ນາຍກອງໄດ້ກ່າວແກ່ເພິ່ນວ່າ,"ທ່ານ, ຄົນຂອງພຣະເຈົ້າ, ກະສັດໄດ້ບອກດັ່ງນີ້ວ່າ,' ຈົ່ງລົງມາ.'" \v 10 ແຕ່ເອລີຢາໄດ້ຕອບນາຍກອງແລະໄດ້ເວົ້າວ່າ,"ຖ້າເຮົາເປັນຄົນຂອງພຣະເຈົ້າ, ກໍຂໍໃຫ້ໄຟລົງມາຈາກທ້ອງຟ້າເຜົາຜານເຈົ້າແລະຄົນທັງຫ້າສິບຄົນຂອງເຈົ້າເຖີດ," ແລ້ວໄຟກໍໄດ້ລົງມາຈາກທ້ອງຟ້າ ແລ້ວໄຟກໍໄດ້ເຜົາຜານເຂົາກັບຄົນທັງຫ້າສິບຄົນຂອງເຂົາ.