1 line
1.6 KiB
Plaintext
1 line
1.6 KiB
Plaintext
\v 31 ຢ່າຟັງເຮເຊກີຢາ, ເພາະວ່າກະສັດແຫ່ງອັດຊີເຣຍໄດ້ກ່າວວ່າ: 'ຈົ່ງຍອມຈຳນົນຕໍ່ຂ້າພະເຈົ້າ ແລະ ອອກມາຫາຂ້າພະເຈົ້າ. ແລ້ວທ່ານແຕ່ລະຄົນຈະກິນຈາກເຄືອອະງຸ່ນຂອງຕົນ ແລະຈາກຕົ້ນຫມາກເດື່ອຂອງຕົນເອງ, ແລະຈະໄດ້ດື່ມນ້ຳຈາກບໍ່ເກັບນໍ້າຂອງຕົນ. \v 32 ຈົນກ່ວາຂ້າພະເຈົ້າຈະມາພາທ່ານໄປທີ່ແຜ່ນດິນທີ່ຄ້າຍຄືກັບແຜ່ນດິນຂອງທ່ານເອງ, ເປັນແຜ່ນດິນທີ່ມີເຂົ້າ ແລະ ເຫລົ້າອະງຸ່ນໃຫມ່, ເປັນແຜນດິນທີ່ມີເຂົ້າຈີ່ ແລະ ພວກສວນອະງຸ່ນ, ແຜ່ນດິນທີ່ມີພວກຕົ້ນຫມາກກອກ ແລະ ນໍ້າເຜິ້ງ, ເພື່ອວ່າທ່ານທັງຫລາຍຈະມີຊີວິດຢູ່ ແລະ ບໍ່ຕາຍ.' ຢ່າຟັງເຮເຊກີຢາເມື່ອທີ່ລາວຊັກຊວນທ່ານ, ໂດຍກ່າວວ່າ, 'ພຣະຢາເວຈະຊົງຊ່ວຍກູ້ພວກຂ້າພະເຈົ້າ.' |